ລາງວັນການຕະຫຼາດດີເດັ່ນ 2016

best sales00

ວັນທີ່ 18 ກຸມພາ 2016 ທ່ານນາງ ອິນທະວິໄລ ອຸດົມ ຜູ້ອຳນວຍການ ຮ້ານ ເຈ.ບີ.ຮອນດ້າ ໄດ້ຂື້ນຮັບລາງວັນກິດຈະກຳການຕະຫຼາດດີເດັ່ນປະຈຳປີ 2015 ໂດຍມີທ່ານ ສົມສັກ ຈະເລີນຜົນ ອຳນວຍການບໍລິສັດ ນິວຈິບເຊັງ ຈຳກັດ (ຜູ້ຈັດຈຳໜ່າຍລົດຈັກ ຮອນດ້າ ໃນ ສ.ປ.ປ.ລາວ) ເປັນຜູ້ມອບ ແລະ ໄດ້ເຊັນສັນຍາແຕ່ງຕັ້ງຕົວແທນຈຳໜ່າຍລົດຈັກກະຍານຍົນ ຮອນດ້າ ຮ່ວມກັບ ທ່ານປະລິນຍາເອກຂັນໄຊ ກຽດສີທະນາກອນ (ປະທານບໍລິສັດ ນິວຈິບເຊັງ ຈຳກັດ) ເພື່ອຢໍ້າຄວາມສຳພັນອັນດີ ລະຫວ່າງທຸລະກິດຂອງທັງສອງບໍລິສັດ.