Lucky Day 2013 “ແຈກ ຈັດ ເຕັມ” ຊື້ລົດ ໄດ້ລຸ້ນ

lucky day2013 00

ເນື່ອງໃນໂອກາດຄົບຮອບ 1 ປີ ບໍລິສັດ ເຈ.ບີ.ຮອນດ້າ ຈຳກັດ ໄດ້ເວົ່າຊ້ຳຄວາມເປັນຜູ້ນຳດ້ານຄວາມທັນສະໄຫມ ແລະ ຄືນກຳໄລໃຫ້ແກ່ລູກຄ້າ ຜ່ານການຈັດງານ Lucky Day 2013ໃນວັນທີ່ 16 ພະຈິກ 2013 ເພື່ອຈັບສະລາກຫາຜູ້ໂຊກດີຈາກລາຍຊື່ລູກຄ້າທີ່ໄດ້ມາຊື້ລົດຈັກ ຮອນດ້າ ຍູ່ ຮ້ານ ເຈ.ບີ.ຮອນດ້າ ໃນຊ່ວງເດືອນ ກໍລະກົດ-ກັນຍາ 2013 ຫຼາຍກ່ອນ 300 ທ່ານໂດຍມີລາງວັນໄດ້ແກ່: Apple Ipad mini 32gb ຈຳນວນ 2 ລາງວັນ, Smart Phone Samsung Galaxy Fame 10 ລາງວັນ ແລະ ຂອງຂັວນສຳລັບຜູ້ຮ່ວມງານທ່ານອື່ນເຊັ່ນ: ໝວກກັນກະທົບ, ເສື້ອແຈ໋ກເກັດ ແລະ ອື່ນໆ ລວມ 50 ລາງວັນ ລວມມູນຄ່າກວ່າ 25,000,000 ກີບ ໂດຍໄດ້ເຊີນ ຄະນະຜູ້ບໍລິຫານ ກຸ່ມບໍລິສັດ ເຈ.ບີ.ຂື້້ນຈັບລາງວັນໃຫ້ແກ່ຜູ້ໂຊກດີ ແລະ ນອກນີ້!!!!! ສຳລັບລູກຄ້າ ເຈ.ບີ.ຮອນດ້າ ທີ່ໄດ້ນຳລົດຈັກກະຍານຍົນເຂົ້າມາຮ່ວມງານ Lucky Day 2013 ຮັບສິດທິພິເສດ “ປ່ຽນນ້ຳມັນເຄື່ອງ 5,000 ກີບ’’ແລະ ຍັງໄດ້ມອບເງື່ອນໄຂພິເສດດອກເບ້ຍ 1,97% ແລະ ຂອງແຖມ 6 ລາຍການ ໃຫ້ກັບລູກຄ້າທີ່ ຊື້ລົດໃຫມ່ໃນວັນງານອີກດ້ວຍ.

ຮ້ານ ເຈ.ບີ.ຮອນດ້າ ຂໍສະແດງຄວາມຍິນດີກັບຜູ້ໂຊກດີ ແລະ ຂໍຂອບໃຈລູກຄ້າທຸກທ່ານທີ່ໄດ້ເຂົ້າມາຮ່ວມກິດຈະກຳ ສຳລັບລູກຄ້າອື່ນໆ ກໍ່ບໍ່ຕ້ອງນ້ອຍໃຈໄປ ກິດຈະກຳດີໆ ມ່ວນໆ ແລະ ຍັງໄດ້ຂອງຂວັນກັບບ້ານແບບນີ້ ເຈ.ບີ.ຮອນດ້າ ມີຈັດໃຫ້ອີກຢ່າງແນ່ນອນ.