ຂັບຂີ່ປອດໄພໄປກັບ ເຈ.ບີ. ຮອນດ້າ
ດ້ວຍຄວາມຮັບຜິດຊອບຕໍ່ຜູ້ໃຊ້ລົດຈັກ ຮ້ານ ເຈ.ບີ.ຮອນດ້າ ຈຶ່ງໄດ້ຮ່ອມກັບ ກອງໂຄສະນາຕຳຫຼວດຈາລະຈອນນະຄອນຫຼວງ ແລະ ບໍລິສັດ ນິວຈິບເຊັງ ຈຳກັດ (ຜູ້ຈັດຈໍາໜ່າຍລົດຈັກ ຮອນດ້າ) ຈັດກິດຈະກຳຂອງ“ໂຄງການຂັບຂີ່ປອດໄພໄປກັບຮອນດ້າ” ເລີ່ມຕັ້ງແຕ່ປີ 2014ເຖີງປັດຈຸບັນໂດຍເນັ້ນເຖີງ ກົດໝາຍ ແລະ ກົດລະບຽບຈາລະຈອນທີ່ສຳຄັນ, ວິທິນຳໃຊ້ລົດຈັກຜ່ານການອົບຮົມ ແລະ ການຂັບຂີ່ໂຕຈິງ ແລະໄດ້ແນະນຳວິທີການບຳລຸງຮັກສາລົດຈັກຢ່າງຖືກຕ້ອງຕາມມາດຕະຖານຂອງ“ເຈ ເຊີວິດ” ເພື່ອສ້າງນິໃສດ້ານຄວາມປອດໄພ 3 ຢ່າງໄດ້ແກ່: ການຄົບລົບກົດຈາລະຈອນ, ທັກສະທີ່ດີຂອງຜູ້ໃຊ້ລົດ ແລະ ໝັ່ນເຊັກຄວາມພ້ອມຂອງລົດ ແລະ ນອກຈາກນັ້ນ ຮ້ານ ເຈ.ບີ.ຮອນດ້າ ຍັງໄດ້ມອບ ໝວກກັນກະທົບ ແລະ ເສື້ອແຂນຍາວໃຫ້ກັບ ຜູ້ທີ່ຕອບຄຳຖາມກ່ຽວກັບກົດຈາລະຈອນໄດ້ຖືກຕ້ອງ ເຊິ່ງເປັນການສ້າງຄວາມມ່ວຊື່ນ ແລະ ໃຫ້ຄວາມຮູ້ແກ່ຜູ້ຮ່ວມກິດຈະກຳ ໂດຍມີສື່ມວນຊົນຈາກສະຖານີໂທລະພາບປ້ອງກັນຄວາມສະຫງົບຮ່ວມແຈ້ງຂ່າວປະຊາສຳພັນຕໍ່ກິດຈະກຳທີ່ໄດ້ຈັດຂື້ນທຸກຄັ້ງ ແລະ ໄດ້ອອກອາກາດທາງລາຍການ “ອາທິດສັນຈອນ” ເພື່ອຂະຫຍາຍຂອບເຂດການໂຄສະນາໃຫ້ທົ່ວເຖີງ ແລະ ເຫັນຜົນແທ້ ແລະ ຕະຫຼອດເວລາທີ່ຜ່ານມາ ຜະແນກຕຳຫຼອດຈາລະຈອນໄດ້ສະທ້ອນຂໍ້ມູນຂອງອັດຕາການເກີດອຸບັດຕິເຫດທີ່ນ້ອຍລົງ ແລະ ມີຜູ້ໃຊ້ລົດຈຳນວນຫຼາຍ ທີ່ປ່ຽນມາໃຊ້ບໍລິການເຊັກສະພາບລົດທີ່ສູນບໍລິການ “ເຈ.ບີ.ຮອນດ້າ” ແທນຮ້ານແປງລົດທີ່ຍັງຂາດມາດຕະຖານການແປງບຳລຸງຮັກສາລົດທີ່ຖືກຕ້ອງ ເນື່ອງຈາກເຫັນເຖີງຄວາມສຳຄັນຂອງການເບີ່ງແຍງຮັກສາລົດ. ແລະໃນອານາຄົດ ຮ້ານ ເຈ.ບີ.ຮອນດ້າ ພ້ອມດ້ວຍ ຜູ້ທີ່ກ່ຽວຂ້ອງໄດ້ມີແຜນການຂະຫຍາຍພື້ນທີ່ ແລະ ຈຳນວນຄັ້ງໃນການຈັດໂຄງການນີ້ໂດຍມີເປົ້າໝາຍຮ່ວມກັນຄື: “ລົບອຸບັດຕິເຫດເປັນ 0” ຫຼື “Zero Accident”.