MSX 125i Club Meeting

ຫຼັງຈາກທີ່ລົດຈັກ ລຸ້ນ MSX 125i ໄດ້ວາງຈຳໜ່າຍໃນ ສ.ປ.ປ.ລາວ ແລະ ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍໃນກຸ່ມໄວລຸ້ນ ດ້ວຍຮູບຮ່າງທີ່ແຕກຕ່າງ ແລະ ອິດສະຫຼະໃນການຕົບແຕ່ງເພື່ອສະແດງອອກເຖີງຕົວຕົນຂອງຜູ້ຂັບຂີ່ ຮ້ານ ເຈ.ບີ.ຮອນດ້າ ຮ່ວມກັບກຸ່ມ Dream Team MSX Lao ຈຶ່ງໄດ້ຈັດກິດຈະກຳນີ້ຂື້ນເພື່ອໃຫ້ບັນດາຄົນຮັກລົດ MSX125i ໄດ້ພົບປະແລກປ່ຽນໄອເດຍການຕົບແຕ່ງ ແລະ ປະສົບການຈາກການໃຊ້ລົດ MSX 125i ໂດຍກິດຈະກຳນີ້ໄດ້ຈັດຂື້ນໃນວັນທີ່ 10/05/2014 ທີ່ ເຈ.ບີ.ຮອນດ້າ ສາຂາດອນໜູນ ຊຶ່ງນັບໄດ້ວ່າເປັນການເຮັດ Club Meeting ຂອງກຸ່ມຜູ້ໃຊ້ລົດ MSX 125i ເປັນຄັ້ງທຳອິດ ແລະ ຍັງໄດ້ຮັບການຕອບຮັບເປັນຢ່າງດີຈາກກຸ່ມຜູ້ໃຊ້ລົດ MSX 125i.

ຮ້ານ ເຈ.ບີ.ຮອນດ້າ ຂໍຂອບໃຈຜູ້ເຂົ້າຮ່ວມງານທຸກທ່ານທີ່ຮ່ວມໃຈກັນມາພົບປະຢ່າງພ້ອມພຽງ ແລະ ພົບກັນໃຫມ່ກັບ ກິດຈະກຳ ມ່ວນ ຊ່າ ແລະ ມັນສ໌ກວ່າໃຜ ເພື່ອລູກຄ້າຂອງ ເຈ.ບີ.ຮອນດ້າ